ພະແນກຄູ້ມຄອງຂໍ້ມູນຂ່າວສານ
ຫ້ອງ 110, ໂທ: 021 217787 ແຟັກ: 021 265094
ມີ ພະນັກງານທັງໝົດ 07 ທ່ານ.
ທ່ານ ແສງອາລຸນ ແກ້ວໃສ | ຫົວໜ້າພະແນກ |
ທ່ານ ນາງ ພອນວິໄລ ສີປະເສີດ | ຮອງຫົວໜ້າພະແນກ |
ທ່ານ ນາງ ສົມດາລີ ຜາຍປະດິດ | ວິຊາການ |
ທ່ານ ເຫວດປານີ ສີວົງໄຊ | ວິຊາການ |
ທ່ານ ຕະວັນສາຍ ເປີງຍອດຮຸ່ງ | ວິຊາການ |
ທ່ານ ສົມປະສົງ ສີພັນທອງ | ວິຊາການ |
ທ່ານ ສຸວິດາພອນ ໂງ່ນວໍຣະລາດ | ວິຊາການ |
ພະແນກຄຸ້ມຄອງຂໍ້ມູນຂ່າວສານ ມີ ໜ້າທີ່ ດັ່ງນີ້:
-
ຄົ້ນຄວ້າ, ສັງລວມ ແລະ ສ້າງ ແຜນພັດທະນາວຽກງານ ພາຍໃນພະແນກ;
-
ເປັນເສນາທິການໃຫ້ແກ່ກົມ ໃນວຽກງານຄຸ້ມຄອງຂໍ້ມູນຂ່າວສານ, ຕິດຕາມແຜນພັດທະນາວຽກງານກິດຈະການນັກສຶກສາ ແລະ ການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ກ່ຽວກັບວຽກງານກິດຈະການນັກສຶກສາ;
-
ສ້າງ ແລະ ພັດທະນາ ລະບົບຖານຂໍ້ມູນການຄຸ້ມຄອງນັກຮຽນ,ນັກສຶກສາ ແລະ ນັກຄົ້ນຄວ້າ ໄປສຶກສາຕ່າງປະເທດ ແລະ ນັກສຶກສາຕ່າງປະເທດ ທີ່ສຶກສາ ຢູ່ ສປປ ລາວ;
-
ສັງລວມສະຖິຕິ ນັກຮຽນ,ນັກສຶກສາ ແລະ ນັກຄົ້ນຄວ້າ ໄປສຶກສາຢູ່ຕ່າງປະເທດ, ນັກສຶກສາກັບຈາກຕ່າງປະເທດ ແລະ ນັກສຶກສາຕ່າງປະເທດ ທີ່ສຶກສາ ຢູ່ ສປປ ລາວ;
-
ສຶກສາວິໄຈທ່າອ່ຽງຄວາມຕ້ອງການທາງດ້ານການສຶກສາຕ່າງປະເທດ ເພື່ອສ້າງແຜນຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນປະເທດ ແຕ່ລະໄລຍະ;
-
ແນະນຳ ແລະ ຕິດຕາມ ການລົງທະບຽນ ຊອກວຽກເຮັດງານທຳຂອງນັກສຶກສາ ກັບຈາກຕ່າງປະເທດ;
-
ສ້າງ ແລະ ພັດທະນາວຽກງານຂໍ້ມູນ ຂ່າວສານ ແລະ ການເຄື່ອນໄຫວວຽກງານຂອງກົມ;
-
ປະສານສົມທົບກັບບັນດາພະແນກ ແລະ ສູນ ພາຍໃນກົມ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ;
-
ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານພາຍໃນພະແນກ ໃຫ້ຄະນະກົມ ແລະ ຂັ້ນເທິງຊາບ ໃນແຕ່ລະໄລຍະ;
-
ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.